I ໂດຍສັງເຂບພາຍຫຼັງທີ່ນັກຮຽນເສັງຈົບຂັ້ນສາມັນສຶກສາ ແລະ ສາມາດສອບເສັງຜ່ານການຄັດເລືອກເຂົ້າທີ່ ມະຫາວິທະຍາໄລແຫ່ງຊາດ ເປັນທີ່ ຮຽບຮ້ອຍ, ນັກຮຽນ ຈະຕ້ອງໄດ້ ສະເໜີໂຕກັບພະແນກຄຸ້ມຄອງນັກສຶກສາ ວ່າ "ຈະຮຽນເປັນພາສາລະບົບພາສາຝຣັ່ງ". ນັກຮຽນ ທີ່ຮຽນເປັນລະບົບພາສາຝຣັ່ງນັ້ນ ກໍ່ຍັງເປັນນັກຮຽນຂອງ ວວພ (ວິທະຍາໄລ ວິທະຍາສາດ ພື້ນຖານ ຫຼື ປີກຽມ ), ສະນັ້ນນັກຮຽນກໍ່ຈະແບ່ງເປັນ ສອງສາຍເຊັ່ນກັນ : ສາຍທໍາມະຊາດ ແລະ ສາຍສັງຄົມ. II ການຄັດເລືອກເອົານັກສຶກສາມາຮຽນທີ່ຝຣັ່ງ
ການໃຂສົກຮຽນໃໝ່ ກໍ່ເລີ້ມຕາມຫຼັກສູດຂອງ ວວພ, ເປີດຮຽນ ຕົ້ນເດືອນກັນຍາ ແລະ ປິດພາກຮຽນລົງທ້າຍເດືອນມີຖຸນາ, ຕະຫຼອດລະຍາເວລາ ເກືອບໜຶ່ງປີ ຂອງການຮຽນທີ່ ວວພ ນັກຮຽນຈະຕ້ອງໄດ້ຕັ້ງໃຈ ແລະ ສຸມທຸກກໍາລັງແຮງ ປະກອບສ່ວນເຂົ້າໃນວຽກງານການຮຽນ, ການສຶກສາ ເພາະວ່າ ນັກສຶກສາ ຈະຖືກບັນດາ ຄຼູອາຈານ ຕິດຕາມການຮຽນຕະຫຼອດເວລາ ເຊັ່ນ : 1/ ມີຄວາມຫ້າວຫັນສໍ່າໃດ? 2/ ຕັ້ງໃຈບໍ່? 3/ ມີຄວາມສາດໃນການຕອບບັນຫາ ທີ່ອາຈານຖາມ ຫຼື ບໍ່? ນອກນັ້ນ, ທຸກໆເດືອນ ຈະມີຊ່ຽວຊານທີ່ມາຈາກປະເທດຝຣັ່ງ ເພື່ອເຂົ້າຮ່ວມວົງສອນ ເພື່ອເປັນການຕິດຕາມເບິ່ງການສິດສອນຂອງຄຼູອາຈານ ແລະ ຄວາມຫ້າວຫັນຂອງນັກສຶກສາ. ການສອບເສັງຄັດເລືອກນັກຮຽນ ຈະມີຂື້ນປະມານກາງເດືອນເມສາ ແຕ່ກໍ່ບໍ່ຕາຍຕົວ ເພາະມັນຂື້ນກັບຄວາມພ້ອມຂອງລະຖະບານຝຣັ່ງ ແລະ ອື່ນໆ... ສ່ວນລາຍລະອຽດ ການສອບເສັງນັ້ນ ນັກຮຽນຈະໄດ້ນັ່ງໂຕະດ່ຽວ, ກໍາມະການຍາມຫ້ອງເສັງ ແມ່ນ ອາຈານຄົນຝຣັ່ງ, ຫົວບົດສອບເສັງກໍ່ແມ່ນພວກເຂົາ ເປັນຄົນແຕ່ງເອງ, ເອີ້ນໄດ້ວ່າ ທາງພາກສ່ວນລາວແມ່ນ ບໍ່ມີສ່ວນກ່ຽວຄ້ອງກັບການສອບເສັງແຕ່ຢ່າງໃດເລີຍ. ວິຊາ ສອບເສັງ ແມ່ນຂື້ນ ກັບສາຍຮຽນຂອງນັກສຶກສາເຊັ່ນ: - ນັກສຶກສາ ສາຍສັງຄົມ ຈະໄດ້ເສັງ : ຄະນິດສາດ ແລະ ເສຖະກິດວິທະຍາສາດ. - ນັກສຶກສາ ສາຍທໍາມະຊາດ : ຄະນິດສາດ, ຟິຊິກສາດ, ເຄມີຊາດ ແລະ ຊິວະສາດ. ນັກສຶກສາທີ່ສາມາດເສັງຜ່ານ ຮອບທີໜຶ່ງແລ້ວ, ນັກສຶກສາຍັງຈະຕ້ອງໄດ້ສອບເສັງປາກເປົ່າ ອີກເທື່ອໜຶ່ງ, ການສອບເສັງ ປາກເປົ່ານັ້ນແມ່ນ ຈະມີຂື້ນທີ່ ສູນສອບເສັງ ພາສາຝຣັ່ງ ປະຈໍາປະເທດລາວ(ສູນພາສາຝຣັ່ງ) ນັກສຶກສາຈະໄດ້ເສັງສອງພາກຄື : ໑) ພາກວັດທະນະທໍາ : ແມ່ນຈະເຂົ້າຫ້ອງເສັງກັບຄົນຝຣັ່ງ ແລະ ອີກຄົນໜຶ່ງແມ່ນນັກຈິດຕະວິທະຍາຂອງຝຣັ່ງ ປະຈໍາປະເທດລາວ. ໒) ພາກວິຊາການ : ພາກວິຊາການ ນັກສຶກສາຈະຕ້ອງໄດ້ ອອກໄປຄິດໄລ່ບັນຫາ ທີ່ອາຈານຄົນຝຣັ່ງຕັ້ງຂື້ນ ຢູ່ທີ່ກະດານ ແລະ ກໍ່ອາທິບາຍ. ໝາຍເຫດ ນັກສຶກສາສາຍສັງຄົມ ຈະໄດ້ເສັງສອງວິຊາ ແລະ ນັກສຶກສາສາຍທໍາມະຊາດຈະໄດ້ເສັງ ສີ່ ວິຊາ. III ການຮຽນທີ່ປະເທດຝຣັ່ງພາຍຫຼັງທີ່ໄດ້ຮັບທຶນການສຶກສາແລ້ວ ນັກສຶກສາຈະເດີນທາງມາຮອດຝຣັ່ງ ຢ່າງຊ້າສຸດແມ່ນ ວັນທີ 25 ສິງຫາ, ໂດຍທົ່ວໄປ ນັກສຶກສາລາວຈະຖືກແຍກອອກໄປ ຢູ່ສອງເມືອງ ຂື້ນກັບວິຊາຮຽນ ຂອງແຕ່ລະຄົນ. ສອງເມືອງທີ່ວ່ານັ້ນແມ່ນ Saint Etienne ແລະ Roanne, ນັກສຶກສາຈະຖືກສົ່ງເຂົ້າມາຮຽນທີ່ ສະຖາບັນເທັກໂນໂລຊີ ( ອີງຕາມລະບົບການສຶກສາຂອງຝຣັ່ງເສດ ນັກຮຽນທີ່ຮຽນວິສະວະກອນ ແມ່ນຈະເລີ່ມຈາກຈຸດນີ້ ) ການຮຽນແມ່ນແບ່ງອອກເປັນສອງຕອນ : ຕອນເຊົ້າ ແຕ່ 08:00 - 12:00 : ຕອນສວາຍ ແຕ່ 13:30 - 18:00 ການຮຽນແບ່ງເປັນສາມພາກ : ພາກທິດສະດີ, ຕົວຈິງ ແລະ ບົດເຝິກຫັດ (ຈໍາລອງສະຖານະການຈິງຂອງລະບົບ).
|
Comments
Ouvres ton yahoo messenger Quote
ca va ca va, mais ce n'est pas ici qu'on discute :).. contact moi par mail ou par téléphone. Quote
je m\'apelle Santy , j\'étais un étudiant da SAS aussi comme vous, mais je n\'ai pas obtenu la bourse pour aller en France , et j\'ai obtenu la bourse de l\'AUF de Cambodge , je prends des cours de génie civil et enfin voudrais vous connaître tous les étudiant laotiens en France , à bientôt Quote
RSS feed for comments to this post.