Better track our community's activity with RSS feeds Print
Written by Administrator   
Friday, 20 May 2011 08:44

ສະບາຍດີທ່ານຜູຸ້ຊົມ,

ດັງທີ່ພວກດເຮົາໄດ້ແຈ້ງໄປແລ້ວວ່າ ເວັບໄຊ້ຂອງພວກເຮົາແມ່ນໃດ້ປ່ຽນຈາກລະບົບເກົ່າມາເປັນລະບົບໃໝ່ ທີ່ມີຄວາມທັນສະໃໝຂື້ນກວ່າເກົ່າ, ເພຶ່ອໃຫ້ສອດຄ່ອງກັບວຽກໂຄງການທີ່ພວກເຮົາກໍາລັງຈະພັດທະນາໃນຕໍ່ໜ້ານັ້ນ..

ມື້ນີ້ພວກເຮົາໄດ້ນໍາເອົາອີກໜື່ງທາງເລືອກມາໃຫ້ທ່ານຊົມໄຊ້ ທີ່ເປັນສ່ວນໜື່ງໃນການ ພັດທະນາລະບົບໃໝ່ ຂອງພວກເຮົາ ເພື່ອຈຸດປະສົງ ໃນການອໍານວຍຄວາມສະດວກໃນການເຂົ້າຊົມ ຫຼື້ ຕິດຕາມຂໍ້ມູນຂ່າວສານຕ່າງໆຈາກເວັບໄຊ້ ຂອງພວກເຮົາ, ລະບົບໃໝ່ທີ່ພວກເຮົາໄດ້ ໄຊ້ນີ້ ທ່ານສາມາດເຂົ້າຊົມເວັບໄຊ້ພວກເຮົາໄດ້ໂດຍກົງຜ່ານ Email ຂອທ່ານ ຫຼືຶ ຜ່ານ web Browser ຂອງທ່ານ ແບບບໍ່ຕ້ອງ ຂຽນທີ່ຢູ່ເວັບໄຊ້ໃຫ້ຍຸ້ງຍາກ ອີກຕໍ່ໄປ.

 

Rss (Really Simple Syndication) ແມ່ນຫຍັງ? ແມ່ນຮູບແບບທີ່ໄຊ້ເພື່ອຕິດຕາມການປ່ຽນແປງຂອງເວັບໄຊ້ ຕົວຢ່າງເຊັ່ນ ການອັບເດດເວັບໄຊ້, ການຂຽນຂ່າວສານຕ່າງໆ... ມັນເປັນລະບົບທີ່ຈະຊ່ອຍໄຫ້ທ່ານໄດ້ຕິດຕາມຂໍ້ມູນຂ່າວສານຂອງສະມາຄົມ ຫຼື ຫ້ອງການຂອງທ່ານໄດ້ຢ່າງງ່າຍດາຍ, ແລະ ອີກປະການໜື່ງ ມັນຍັງສາມາດສົ່ງລາຍງານເຂົ້າ ຫາ Email ຂອງທ່ານນໄດ້ໂດຍກົງ.

ເຮັດຈັງໃດ ລະ ?

ງ່າຍນ້ອຍດຽວ ເພາະພວກເຮົາໄດ້ພັດທະນາເພື່ອພວກທ່ານແລ້ວ..

  • ກົດລົງ Feed entries ຂອງໜ້າເວັບໄຊ້ລັກ ຂອງພວກເຮົາ

ຫຼັງຈາກນັ້ນທ່ານຈະເຫັນໜ້າເວັບໄຊ້ ໃໝ່ປະກົດຂື້ນ.

  • ໃຫ້ທ່ານເລືອກ ໂປຣແກມ Micrisoft Outlook ໃນຂັ້ນເບື່ອງຕົ້ນ(ຖ້າທ່ານບໍ່ມີ Microsoft Outlook ໃຫ້ຂ້າມໄປ ຫົວຂໍ້ Web browser).
  • ກົດລົງປຸ່ມທີ່ຢູ່ດ້ານລຸ້ມ (ໃນກໍລະຂອງຂ້າພະເຈົ້າ ແມ່ນ s'abonner maintenant)



ຫຼັງຈາກນັ້ນ ທ່ານຈະເຫັນເວັບໄຊ້ຂອງພວກເຮົາ ປະກົດຢູ່ທີ່ Microsoft Outlook ແລະ ທຸກຄັ້ງທີ່ມີການ Update ເວັບໄຊ້ ທ່ານຈະໄດ້ຮັບລາຍງານທັນທີ ແບບບໍ່ຕ້ອງເຮັດຫຍັງ.... ດັງຮູບພາບດ້ານລຸ່ມ.

 

II ສະແດງເວັບໄຊ້ເທິງ Web Browser ໂດຍກົງ.

ພາຍຫຼັງທີ່ທ່ານ ກົດລົງ Feed Entries ດັ່ງຂັ້ນຕອນທໍາອິດນັ້ນ ໃຫ້ທ່ານປະຕິບັດດັ່ງຂັ້ນຕອນລຸ່ມນີ້ :

  • ເລືອກ Dynamic Book mark 
  • ກົດລົງ ປຸ່ມ S'abonner(ໃນພາສາຝຣັ່ງ)



ເປັນການສໍາເລັດ ໃນການລົງຖະບຽນ.... ທ່ານເຫັນບໍ່ວ່າງ່າຍນ້ອຍດຽວ..

 

ບາດນີ້ເຮົາມາເບິ່ງນໍາກັນວ່າ ພວກເຮົາຈະສາມາດເຂົ້າຊົມເວັບໄຊ້ໄດ້ຈັ່ງໃດ(ພຽງແຕ່ກົດ Mouse ຂອງທ່ານ ສາມບາດ)

  • ຖ້າທ່ານ ໄຊ້ FireFox 4 ໃຫ້ກົດລົງປຸ່ມ ທີ່ຢູ່ທາງດ້ານເທິງເບືຶ້ອງຂວາຂອງໜ້າຈໍ ທ່ານ.
  • ເຂົ້າໄປທີ່ Bare personnelle > Lao student In France (ຂື້ນກັບທີ່ຢູ່ທີ່ທ່ານໄຊ້)

ຫຼັງຈາກນັ້ນທ່ານຈະເຫັນ ລາຍການຫົວຂໍ່ຂ່າວທັງໝົດຂອງເວັບໄຊ້ຂອງພວກເຮົາປະກົດຢູ່ ແລະ ທ່ານພຽງແຕ່ກົດລົງຫົວຂໍ້ທີ່ທ່ານຕ້ອງການອ່ານ...

ເປັນອັນວ່າຈົບຂະບວນການ....

Last Updated ( Friday, 20 May 2011 09:31 )
 

Add comment


Security code
Refresh