|
ເຈົ້າແຂວງຊຽງຂວາງ ອອກແຈ້ງການຂໍຄວາມຊ່ວຍເຫຼືອຈາກສັງຄົມ |
|
|
Written by Administrator
|
|
Wednesday, 06 July 2011 08:29 |
|
ຍ້ອນໄພພິບັດທາງທຳມະຊາດ ຄື ພາຍຸຮາຍໝ່າ (Haima Typhoon) ຫຼືແປວ່າ: ມ້າທະເລ ທີ່ກຳເນີດຂຶ້ນທາງພາກຕາເວັນອອກສຽງເໜືອຂອງປະເທດຫວຽດນາມ ໄດ້ເຂົ້າພັດຖະຫຼົ່ມແຂວງຊຽງຂວາງ ວັນທີ 24-25 ມິຖຸນາ 2011 ນັ້ນ ແຂວງຊຽງຂວາງ ໄດ້ຮີບຮ້ອນເກັບກຳຂໍ້ມູນ ແລະ ແກ້ໄຂໄພພິບັດ ເຊິ່ງເຫັນວ່າ ເມືອງທີ່ເສຍຫາຍໜັກທີ່ສຸດແມ່ນເມືອງໜອກ ແລະ ເມືອງທ່າໂທມ ຮອງລົງມາແມ່ນເມືອງຄູນ ເມືອງຄຳຖັດ ເມືອງແປກ ເມືອງໜອງແຮດ ແລະ ເມືອງອື່ນໆກໍໄດ້ຮັບຜົນກະທົບຄືກັນ.
 ຕາມການລາຍງານຂໍ້ມູນເບື້ອງຕົ້ນມີຜູ້ເສຍຊີວິດແລ້ວ 7 ຄົນ ປະຊາຊົນຂາດທີ່ຢູ່ອາໄສ ຂາດອາຫານ ນ້ຳດື່ມ ແລະ ເຄື່ອງນຸ່ງຫົ່ມ ເປັນຈຳນວນຫຼາຍ ທີ່ມີຜົນເສຍຫາຍຫຼາຍຮ້ອຍຕື້ກີບ ສະນັ້ນ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ທ່ານສາດສະດາຈານ ດຣ.ສົມກົດ ມັງໜໍ່ເມກ ໄດ້ອອກແຈ້ງການຮ້ອງຂໍຄວາມຊ່ວຍເຫຼືອດ້ານມະນຸດສະທຳຈາກຜູ້ໃຈ ບຸນທັງພາຍໃນ ແລະ ຕ່າງປະເທດ ແລະ ຂໍການຊ່ວຍເຫຼືອດ້ານວັດຖຸປັດໄຈເຂົ້າມາແກ້ໄຂໄພພິບັດຈາກທຳມະ ຊາດ ເຊິ່ງໄພພິບັດຄັ້ງນີ້ໄດ້ທຳລາຍຊັບສິນເຂົ້າຂອງ ສັດລ້ຽງ ພື້ນທີ່ການຜະລິດ ຕະຫຼອດຊີວິດອິນຊີຂອງປະຊາຊົນຢ່າງມະຫາສານທີ່ເໜືອບ່າກ່ວາ ແຮງ ທີ່ງົບປະມານຈະແກ້ໄຂໄດ້ ທັງຄະນະນຳພັກ-ລັດແຂວງຊຽງຂວາງ ຈຶ່ງໄດ້ຕົກລົງປຸກລະດົມການຊ່ວຍເຫຼືອຈາກຜູ້ໃຈບຸນທັງພາຍໃນ ແຂວງ ຕ່າງແຂວງ ແລະ ຕ່າງປະເທດ ເພື່ອຊ່ວຍເຫຼືອດ້ານວັດຖຸປັດໄຈຊ່ວຍເຫຼືອບັນເທົາທຸກແກ່ພໍ່ແມ່ ປະຊາຊົນບັນດາເຜົ່າໃນແຂວງຊຽງຂວາງ ແລະ ປົວແປງພື້ນຖານໂຄງລ່າງ ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມ ໄຟຟ້າ ນ້ຳປະປາ ແລະ ການສື່ສານອື່ນໆທີ່ປະສົບໄພຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.ຄະນະພັກ ອຳນາດການປົກຄອງຂັ້ນແຂວງ ຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການປະກອບສ່ວນຂອງທ່ານ ແລະ ອຳນາດການປົກຄອງແຂວງ ຈະນຳເອົາວັດຖຸປັດໄຈຂອງທ່ານລົງສົ່ງເຖິງມືປະຊາຊົນ ຜູ້ປະສົບເຄາະຮ້າຍຕາມຈຸດປະສົງຂອງທ່ານທຸກປະການ ແລະ ແຂວງຂໍຈາລຶກໄວ້ໃນປຶ້ມຄຳປະຫວັດສາດຂອງແຂວງຊຽງຂວາງ ຕະຫຼອດໄປ. <textarea> |
|
Last Updated ( Friday, 23 September 2011 23:57 )
|