| BTS et DUT |
|
|
|
| Written by Administrator |
| Thursday, 23 September 2010 12:18 |
|
BTS ຫຍໍ້ມາຈາກ Brevet Technicien Supérieur. DUT ຫຍໍ້ມາຈາກ Diplome Universitaire deTechnologie ໄຊ້ເວລາຮຽນ 2 ປີ ເປັນການຮຽນ ທີ່ຄ້ອນຂ້າງ ຈະເນັ້ນນັກໄປທາງ ພາກປະຕິບັດໂຕຈິງແນວວິຊາຊີບ ແລະເປັນວຸດການສຶກສາທີ່ເປັນທີ່ຍອມຮັບ ຈາກບໍລິສັດຕ່າງໆ... ເຊິ່ງຫຼັງຈາກ ຈົບການສຶກສາແລ້ວ ສາມາດເຮັດວຽກໄດ້ເລີຍ ແລະ ທ້າຍປີ ການສຶກສາ ຈະຕ້ອງໄດ້ ເຝຶກງານກັບບໍລິສັດ, ລະຍະເວລາເຝືກງານທັງໝົດປະມານ 10-15 ອາທິດ. ພາຍຫຼັງຈົບການສືກສາແລ້ວ ນັກຮຽນສາມາດຮຽນຕໍ່ລະດັບ ປຣິນຍາຕຼີໄດ້ ໂດຍສະເພາະ Licence professionelle(ປຣິນຍາຕຼີ ດ້ານສາຂາອາຊີບ) ໂດຍໄຊ້ເວລາຮຽນເພີ້ມ ອີກໜື່ງປີ. ນັກຮຽນສ່ວນຫຼາຍ ທີ່ຈົບ BTS ຫຼື DUT ແລະຮຽນຕໍ່ Licence professionelle ສາມາດ ຫາວຽກເຮັດໄດ້ 70%, ນອກຈາກນັ້ນ ຖ້າຮຽນຈົບແລ້ວ ແລະ ຄະແນນດີ ເປັນອັນດັບຕົ້ນໆຂອງຊັ້ນຮຽນ ກໍ່ມີໂອກາດ ທີ່ຈະເຂົ້າຮຽນຕໍ່ Ecole D'Ingénieur ໄດ້. |
| Last Updated ( Thursday, 25 November 2010 13:19 ) |



