| ການຮຽນທີ່ປະເທດຝຮັ່ງ |
|
|
|
| Written by Administrator |
| Sunday, 12 October 2008 18:09 |
|
1 Ecole ingénieur(Master)Information is not available now!. 2 DUT, BTS, Licenceອະທິບາຍກ່ຽວກັບການຮຽນ ນັກຮຽນໂດຍທົ່ວໃປໃນປະເທດຝຣັ່ງແມ່ນ ຈະແບ່ງອອກເປັນສອງສາຍ: ສາຍສັງຄົມ ແລະ ທໍາມະຊາດ, ຄວາມຍາກງ່າຍນັ້ນ ແມ່ນຂື້ນກັບ ວິຊາສະເພາະ ທີ່ນັກຮຽນເລືອກຮຽນ, ການຮຽນແບ່ງອອກເປັນສອງຕອນ ຄື: - ພາກເຊົ້າ : 08:00 am -- 12:00 pm ລະບົບການສຶກສາ ສ່ວນໃຫຍ່ ແມ່ນເນັ້ນນັກໃສ່ໃນການລົງວຽກທົດລອງຕົວຈິງ ແລະ ເຊັນດຽວກັນ ຈໍານວນຊົ່ວໂມງເຮັດບົດເຟິກຫັດ ແມ່ນ ຫຼາຍກວ່າ ຊົ່ວໂມງທິດສະດີ ໂດຍສະເລ່ຍແລ້ວ ຕົກຢູ່ປະມານ 2 h/week. ການສອບເສັງ ສໍາຫຼັບນັກສຶກສາປີທີໜຶ່ງ ແມ່ນ ຈະຕ້ອງເສັງທຸກໆເຊົ້າຂອງວັນຈັນ, ສ່ວນປີສອງ ແລະ ແມ່ນທຸກໆວັນເສົາຕອນເຊົ້າ. ສ່ວນການສອບເສັ້ງໃຫຍ່ ແມ່ນຂື້ນກັບແຕ່ລະຄະນະ, ຈະມີການເສັງກາງພາກ ແລະ ທ້າຍພາກຮຽນຄືກັນໝົດທຸກໆຄະນະ. ຄະແນນ ສອບເສັງແມ່ນຄິດໄລ່ເປັນ ຈໍານວນ ສ່ວນຊາວ (score/20). - ນັກຮຽນທີ່ເສັງບໍ່ຜ່ານ (ຄະແນນສະເລ່ຍບໍ່ກາຍ 10) ມີສິດຜ່ານຂື້ນໄປພາກຮຽນຕໍ່ໄປ ແຕ່ ຈະຕ້ອງໄດ້ເອົາ ຄະແນນຮຽນຂອງພາກນັ້ນໆມາຖົມ ຄະແນນທີ່ຂາດໃນພາກຮຽນທີ່ບໍ່ຜ່ານ ຍົກເວັ້ນຄະນະ GEII ນັກຮຽນແມ່ນບໍ່ມີສິດໄຊ້ລະບົບນີ້, ຖ້າບໍ່ຜ່ານກໍ່ແມ່ນໄດ້ຄ້າງ. - ວິຊາເຮັດທົດລອງ ນັກສຶກສາຈະເຮັດເປັນຄູ່ ແຕ່ ການສອບເສັງແມ່ນເຮັດເປັນຄົນດຽວ ແລະ ຈະສອບເສັງທຸກຄັ້ງທີ່ເຮັດທົດລອງ Module ແລ້ວ. |
| Last Updated ( Thursday, 25 November 2010 13:34 ) |



