| ການເຊົ່າເຮືອນ |
|
|
|
| Written by Administrator |
| Thursday, 23 September 2010 09:10 |
|
ສະບາຍດີ ວ່າທີ່ນັກສຶກສາທີ່ຈະມາຮຽນທີ່ປະເທດຝຣັ່ງ. ມີ້ນີ້ ພວກເຮົາມາເບິ່ງກັນວ່າ ຈະໄຊ້ຊີວິດໃນຝຮັ່ງໄດ້ຈັ່ງໃດ. ການທີ່ຈະຫາເຮືອນຢູ່ໃນ ຝຣັ່ງ ນັ້ນບໍ່ແມ່ນເລື້ອງງ່າຍ, ແຫ່ງຫາບ່ອນດີໆ ລາຄາຖືກໆແຫ່ງບໍ່ໃຫ້ເວົ້າ.... ແຕ່ມັນກໍ່ມີທາກເລືອກເຊັ່ນກັນ, ລອງຄົ້ນຫາ ເບິ່ງຕາມເຂດຊານເມືອງເອົາກໍ່ແລ້ວກັນ. ຫຼຶ ຈະຊອກຫາ ບໍລິສັດຫາຊ່ອຍກໍ່ດີ ເຊັນກັນ, ແຕ່ວ່າ ບໍ່ລິສັດ ຈະເກັບຄ່າບໍ່ລິການ ເທົ່າກັບ ຄ່າເຮືອນ ໜື່ງ ເດືອນ, ແຕ່ສ່ວນຫຼາຍ ຈະຕໍ່າກ່ອນນັ້ນ. www.pap.fr ເປັນເວັບໄຊ້ ທີ່ເຮັດມາຈາກເຈົ້າຂອງເຮືອນເຊົ່າ ສະນັ້ນແລ້ວ ມັນຈື່ງສະດວກ,...ແຕ່ຢ່າລືມວ່າ ແຫ່ງຄ່າເຊົ່າຖືກ ແຫ່ງມີຄົນເຊົ່າຫຼາຍ... ລາຄາເຊົ່າເຮືອນໂດຍປະມານ. ສໍາຫຼັບ ນັກຮຽນແລ້ວ ແມ່ນເລື່ມຈາກປະມານ 137€ + ຄ່ານໍ້າ, ຄ່າໄຟ + ຄ່າ Internet ແຕ່ເປັນຫ້ອງທີ່ນ້ອຍຫຼາຍ, ເປັນລາຄາທີ່ກໍານົດໂດຍ ລັດຖະບານຝຣັ່ງໂດຍກົງ. ລາຄາ 500€ ຂື້ນໄປ + ຫ້ອງນໍ້າ, ຫ້ອງແຕ່ງໂຕ ເປັນສ່ວນໂຕ + ບາງຄັ້ງກໍ່ລວມຄ່ານໍ້າ ແລະ ຄ່າໄຟ ຈະເປັນເຮືອນເຊົ່າຂອງເອກະຊົນ Internet ລາຄາຕໍ່ເດຶອນ30€ ຂອງບໍລິສັດ Free.fr ແລະພິເສດກວ່ານັ້ນ ສາມາດໂທກັບເມືອງລາວໄດ້ ແບບບໍ່ເສັຍຄ່າບໍ່ລິການໃດໆ ແຕ່ຕ້ອງເປັນ ເບີຕັ້ງໂຕະ. ຖ້າເປັນນັກສືກສາ ທີ່ບໍ່ມີລາຍໄດ້ ກໍ່ຈະໄດ້ເງິນຊ່ອຍເຫຼືອ ທີ່ເອີ້ນວ່າ CAF ຈາກ ລັດຖະບານ ປະມານ 180-250€/ເດືອນ. ສະນັ້ນແລ້ວບໍ່ຕ້ອງຮ່ວງ.. ບາງຢ່າງ ທີ່ຄວນຮູ້ ກ່ອນເຂົ້າເຊົ່າເຮືອນEtat de lieux = ສະຖານະຂອງທີ່ພັກ ເປັນຫັຍງຕ້ອງມີການກວດສອບ ? Etat de lieux ນັ້ນ, ຈະບອກລັກສະນະຂອງທີ່ພັກອາໃສ ໃນແຕ່ລະຫ້ອງ ຕັ້ງແຕ່ພື້ນຈົນຮອດເພດານ ແລະ ອຸປະກອນເຄື່ອງໄຊ້ສອຍທີ່ມີຢູ່ທັງໝົດ ຕົວຢ່າງ: ເຄື່ອງທໍາຄວາມຮ້ອນ, ປ່ອງຍ້ຽມ, ຕຽງ, ກະແຈ, ປັກສຽບໄຟ, ເພດານໃນຫ້ອງນໍ້າ.... ສີ່ງເຫຼົ່ານີ້ ຈະລວມຢູ່ໃນໃບສັນຍາຂອງການເຊົາເຮືອນ ເພື່ອທີ່ຈະສາມາດ ກວດສອບສະພາບຂອງການເຊົ່າໄດ້ ໃນຂະນະທີ່ເຂົ້າພັກ ເທື່ອທໍາອິດ. ໃນການຍ້າຍອອກ: ເພື່ອຈະໄດ້ກວດສອບ ແລະ ເຮັດການປຽບທຽບໄດ້ ໃນກໍລະນີເກີດຄວາມເສັຍຫາຍ, ຖ້າມີຄວາມເສັຍຫາຍເກີດເຂື້ນ ຜູ້ເຊົ່າຈະເປັນ ຄົນເສັຍຄ່າໄຊ້ຈ່າຍຄືນທັງໝົດ. ປົກກະຕິ ການເຊົ່າເຮືອນ ຈະມີຄ່າມັດຈໍາ ເທົ່າກັບຄ່າເຊົ່າເຮືອນ2 ເດືອນ ເປັນສ່ວນໃຫຍ່, ຜູ້ໃຫ້ເຊົ່າ ຈະຫັກເງິນຈາກຈຸດນີ້ ແລະ ຈະພະຍາຍາມຄືນໃຫ້ໜ້ອຍທີ່ສຸດ ແລະ ຫາເລື້ອງຕ່າງໆນາໆ ມາເປັນຄ່າແປງ.
|
| Last Updated ( Thursday, 25 November 2010 13:03 ) |


