ເປີດບັນຊີ ທະນາຄານ ໃນຝຮັ່ງ PDF Print E-mail
Written by Administrator   
Thursday, 23 September 2010 10:42

 

ການເປີດບັນຊີ ທະນາຄານໃນຝຣັ່ງກໍ່ມີໃຫ້ເລືອກ ແຕກຕ່າງກັນໄປ, ການເປີດບັນຊີ ຫຼັກໆແລ້ວ ກໍ່ມີ ສອງຊະນິດ ຄື : ແບບອອມສັບ ແລະ ແບບຝາກປະຈໍາ.

ເພື່ອນໆທີ່ຢູ່ຝຣັ່ງ ສ່ວນຫຼາຍ ຈະຝາກແບບອອມສັບເປັນຫຼັກ....

ໂດຍສ່ວນຕົວ ແລະ ເພື່ອນໆ ທີ່ຢູ່ຝຣັງແລ້ວ ຈະເລືອກ ທະນາຄານ ທິ່ຢູ່ໃກ້ເຮືອນ ເປັນຕົວເລືອກສໍາຄັນທີ່ສຸດ.

ທະນາຄານທີ່ ເປັນການຮູຈັກມີດັ່ງນີ້ :

 BNP Paribas

 LCLD

 Caisse d’Epargne

 Société générale

 Crédit agricole

 Crédit Mutuel

 Banque populaire

 La Banque postale

ເມື່ອເປີດບັນຊີແລ້ວ ເຮົາຈະມີສອງບັນຊີ ແຍກອອກໄປ.

- ບັນຊີອອມສັບ : ບັນຊີນີ້ໄຊ້ໃນການຖ້ອນເງິິນ ແລະ ໂອນຖ່າຍເຂົ້າບັນຊີກະແສລາຍວັນ ຖ້າຕ້ອງການໄຊ້ຈ່າຍ ແລະ ຈະເປັນບັນຊີທີ່ໄດ້ດອກເບັ້ຍ.

- ບັນຊີກະແສລາຍວັນ: ໄຊ້ປະຈໍາວັນ ເປັນບັນຊີທີ່ໄຊ້ຮ່ວມກັບບັດ Credit, ຂໍ້ຄວນລະວັງ Credit card ນັ້ນສາມາດທີ່ຕິດລົບໄດ້ ຂໍ້ນີ້ຄວນ ຊອບຖາມລະອຽດ.

ໃນຝຣັ່ງ ບັດ Crédit ທີ່ພວກເຮົາເອີ້ນກັນນັ້ນ ໃນຝຣັ່ງ ຈະເອີ້ນວ່າ Carte bleu ແລະສາມາດຕິດລົບໄດ້ປະມານ 600€.

ໝາຍເຫດ: ຖ້າເງິນບໍ່ພໍໃນ ບັນຫາກະແສລາຍວັນນັ້ນ! ຫ້າມໄຊ້ເຊັກ ຈາຍເງິນເດັດຂາດ! ເພາະທ່ານຈະຖຶກຕັດສິດໃນການໄຊ້ເຊັກ ຫຼື ບັດ credit ເປັນເວລາ 5 ປີ, ພວກເຮົາແປເປັນພາສາຝຣັ່ງ ວ່າ Chèque sans provisoire ຫຼື Chèque en bois

ແນະນໍາການໄຊ້

ແລ້ວ ສິເອົາທະນາຄານໃດລະ! ບາດນີ ?

ການເລືອກທະນາຄານນັ້ນ ຂື້ນກັບປັດໃຈຫຼາຍແນວທີ່ຈະຕ້ອງນໍາເຈົ້າມາພິຈາລະນາ ເຊັ່ນ:
1 ໃກ້ເຮືອນ, ເດີນທາງໄປ ມາ ໃດ້ສະດວກ.
2 ຢ້າຍສາຂາ ແລ້ວຕ້ອງປ່ຽນເລກບັນຊີຫຼືບໍ່ ?
3 ເບິ່ງ ການຕະຫຼາດ Promotion ເປັນແນວໃດ, ແລະຄ່າທໍານຽມເປັນແນວໃດ.
4 ເບິ່ງວ່າຄົນເປີດບັນຊີໃຈດີຫຼືບໍ່.
5 ຟາກ, ຖອນ ໄດ້ເທື່ອລະເທົ່າໃດ. ຕ້ອງບອກລ່ວງໜ້າດົນປານໃດ.
6 ມີລະບົບກວດສອບ ບັນຊີຜ່ານ Internet ຫຼືບໍ່?
7 ຄ່າທໍານຽມ ບັດ Credite ເທົ່າໃດ.

 

 

 

Last Updated ( Thursday, 25 November 2010 18:25 )
 

Comments  

 
0 #2 Administrator 2010-11-25 13:15 Quoting Say:
Bonjour,

L'onglet VISA TITRE DE SEJOUR ne fonctionne pas.

Cordialement

Say

je viens de fixer! merci pour la remarque
Quote
 
 
0 #1 Say 2010-11-23 16:01 Bonjour,

L'onglet VISA TITRE DE SEJOUR ne fonctionne pas.

Cordialement

Say
Quote
 

Add comment


Security code
Refresh